ວັນທີ 24 ມີນາ 2024 ເວລາ 06:24 (UTC)
(
ອັບເດດ)
ບົດຄວາມດີເດັ່ນ
|
ລາວ ຫຼື ຊື່ທາງການແມ່ນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ຕົວຫຍໍ້: ສປປ ລາວ) ເປັນປະເທດໃນອາຊີຕາເວັນອອກສຽງໃຕ້ ຢູ່ ໃຈກາງຂອງແຫຼມອິນດູຈີນ ຕັ້ງຢູ່ບົວໂມງທີ່ 7 ເສັ້ນຂະໜານທີ 14 – 23 ອົງສາເໜືອ ແລະ ເສັ້ນແວງທີ 100 – 108 ອົງສາ ມີເນື້ອທີ່ທັງໝົດ 236,800 ຕາລາງກິໂລແມັດ ເປັນປະເທດດຽວໃນອາຊີຕາເວັນອອກສຽງໃຕ້ທີ່ບໍ່ມີຊາຍແດນອອກສູ່ທະເລ ເຊິ່ງພາກເໜືອມີຊາຍແດນຕິດກັບປະເທດຈີນ ທິດໃຕ້ຕິດກັບປະເທດກຳປູເຈຍ ທິດຕາເວັນອອກຕິດກັບປະເທດຫວຽດນາມ ທິດຕາເວັນຕົກຕິດກັບປະເທດໄທ ແລະ ທິດຕາເວັນຕົກສຽງເໜືອຕິດກັບປະເທດມຽນມາ (ອ່ານຕື່ມ...)
|
|