ຄຳ​ຕອບ​ກ່ຽວ​ກັບ​ຄວາມ​ເປັນ​ສ່ວນ​ຕົວ ແລະ​ຄວາມ​ປອດ​ໄພ

ພວກ​ເຮົາ​ຮັກ​ສາ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ທ່ານ​ໄວ້​ເປັນ​ຄວາມ​ລັບ ແລະ​ປອດ​ໄພ – ແລະ​ໃຫ້​ທ່ານ​ມີ​ການ​ຄວບ​ຄຸມ.

ເມື່ອ​ທ​່ານ​ໃຊ້​ການ​ບໍ​ລິ​ການ​ຂອງ​ພວກ​ເຮົາ, ທ່ານ​ເຊື່ອ​ໝັ້ນ​ພວກ​ເຮົາ​ກັບ​ຂໍ້​ມູນ​ຂອງ​ທ່ານ. ພວກ​ເຮົາ​ຕ້ອງ​ການ​ເລີ່ມ​ຕົ້ນ​ໂດຍ​ການບອກ​ທ່ານ​ສິ່ງ​ທີ່​ພວກ​ເຮົາ​ເຮັດ​ກັບ​ມັນ​ຄື:

ຂໍ້​ມູນ​ເຮັດ​ໃຫ້​ພວກ​ເຮົາ​ສາ​ມາດ​ສະ​ໜອງ​ການ​ບໍ​ລິ​ການ​ຂອງ​ພວກ​ເຮົາ​ໄດ້​ເຊັ່ນ ການຄົ້ນຫາ, Gmail, ແລະ​ແຜນ​ທີ່.

ຂໍ້​ມູນ​ຍັງ​ຊ່ວຍ​ພ​ວ​ກ​ເຮົາ​ສະ​ແດງ​ການ​ໂຄ​ສະ​ນາ​ທີ່​ກ່ຽວ​ຂ້ອງ, ດັ່ງ​ນັ້ນ​ພວກ​ເຮົາ​ສາ​ມາດ​ເຮັດ​ໃຫ້​ການ​ບໍ​ລິ​ການ​ຂອງ​ພວກ​ເຮົາ​ຟ​ຣີ​ກັບ​ທຸກ​ຄົນ​ໄດ້.

ຮູ້​ວ່າພວກ​ເຮົາ​ບໍ່ຂາຍຂໍ້ມູນສ່ວນຕົວຂອງທ່ານ.

ແລະ​ທ່ານຄວບ​ຄຸມ​ປະ​ເພດ​ຂອງ​ຂໍ້​ມູນ​ທີ່​ພວກ​ເຮົາ​ເກັບເອົາ ແລະ​ນຳ​ໃຊ້.

ສຸດ​ທ້າຍ, ​ບໍ່​ມີ​ຜູ້​ໃດ​ທີ່​ຈະ​ເຮັດ​ອັນ​ໃດ​ເພີ່ມ​ເຕີມ​ອີກ ເພື່ອ​ຮັກ​ສາ​ທ່ານ ແລະ​ຂໍ້​ມູນ​ຂອງ​ທ່ານ​ໃຫ້​ມີ​ຄວາມ​ປອດ​ໄພ ແລະ​ຮັບ​ປະ​ກັນ.

Google ເກັບ​ເອົາ​ຂໍ້​ມູນ​ໃດ​ແດ່?

ຂໍ້​ມູນ​ປະ​ເພດ​ຕົ້ນ​ຕໍ​ທີ່​ພວກ​ເຮົາ​ເກັບ​ເອົາ​ແມ່ນ​ອີງ​ຕາມ​ການ​ກະ​ທຳ​ທີ່​ທ່ານ​ເຮັດ​ ດ້ວຍ​ການ​ໃຊ້​ການ​ບໍ​ລິ​ການ​ຂອງ​ພວກ​ເຮົາ, ເຊັ່ນ ລາຍ​ລະ​ອຽດ​ບັນ​ຊີ​ພື້ນ​ຖານ​ຂອງ​ທ່ານ ແລະ​ສິ່ງ​ທີ່​ທ່ານ​ສ້າງ​ຂຶ້ນ.

ເມື່ອ​ທ່ານ​ໃຊ້​ການ​ບໍ​ລິ​ການ​ຂອງ​ພວກ​ເຮົາ – ຕົວ​ຢ່າງ, ເຮັດ​ການຄົ້ນຫາ​ຢູ່​ໃນ Google, ເອົາ​ເສັ້ນ​ທາງ​ຢູ່​ໃນ Google Maps, ຫຼື​ເບິ່ງວິ​ດີ​ໂອ​ຢູ່​ໃນ YouTube – ພວກ​ເຮົາ​ເກັບ​ເອົາ​ຂໍ້​ມູນອີງ​ຕາມ​ສິ່ງ​ທີ່​ທ່ານ​ເຮັດ, ເພື່ອ​ວ່າ​ພວກ​ເຮົາ​ສາ​ມາດ​ເຮັດ​ການ​ບໍ​ລິ​ການ​ທີ່​ດີ​ຂຶ້ນ​ໃຫ້​ກັບ​ທ່ານ​ໄດ້. ເມື່ອ​ທ່ານ​ຕັ້ງ​ບັນ​ຊີ Google, ພວກ​ເຮົາ​ຮັກ​ສາ​ຂໍ້​ມູນ​ບັນ​ຊີ​ພື້ນ​ຖານ​ທີ່​ທ່ານ​ໃຫ້​ພວກ​ເຮົາ​ໄວ້​ເຊັ່ນ, ຊື່, ອີ​ເມວ, ແລະ​ລະ​ຫັດ​ຜ່ານ​ຂອງ​ທ່ານ. ແລະ​ພວກ​ເຮົາ​ເກັບ​ຮັກ​ສາ ແລະ​ປົກ​ປ້ອງ​ສິ່ງ​ທີ່​ທ່ານ​ສ້າງ ດ້ວຍ​ການ​ໃຊ້​ການ​ບໍ​ລິ​ການ​ຂອງ​ພວກ​ເຮົາ, ດັ່ງ​ນັ້ນ​ທ່ານ​ຈະເອົາ​ອີ​ເມວ​, ຮູບ, ວິ​ດີ​ໂອ, ແລະ​ເອ​ກະ​ສານ​ຂອງ​ທ່ານໄດ້ ເມື່ອ​ທ່ານ​ຕ້ອງ​ການ​ພວກ​ມັນ.

ພວກ​ເຮົາຍັງ​ໃຫ້​ເຄື່ອງ​ມື​ກັບ​ທ່ານອີກ ເພື່ອ​ຄວບ​ຄຸມ​ປະ​ເພດ​ຂອງ​ຂໍ້​ມູນ​ທີ່​ພວກ​ເຮົາ​ເກັບ​ເອົາ ແລະ​ນຳ​ໃຊ້.

ຮຽນ​ຮູ້​ເພີ່ມ​ເຕີມ​ວ່າ ຂໍ້​ມູນ​ໃດ​ແດ່ທີ່ Google ເກັບ​ເອົາ


Google ເຮັດ​ຫຍັງ​ກັບ​ຂໍ້​ມູນ​ທີ່​ມັນ​ເກັບ​ກຳ?

ກ່ອນ​ອື່ນ​ໝົດ, ພວກ​ເຮົາ​ໃຊ້​ຂໍ້​ມູນ ເພື່ອ​ເຮັດ​ໃຫ້ການ​ບໍ​ລິ​ການ​ຂອງ​ພວກ​ເຮົາ​ໄວ​ຂຶ້ນ, ສະ​ຫຼາດ​ຂຶ້ນ, ແລະ​ມີ​ປະ​ໂຫຍດ​ກັບ​ທ່ານຫຼາຍຂຶ້ນ, ເຊັ່ນ ໃຫ້​ຜົນ​ການຄົ້ນຫາ​ທີ່​ດີ​ຂຶ້ນ ແລະ​ອັບ​ເດດ​ການ​ຈາ​ລະ​ຈອນ​ຂໍ້ມູນຢ່າງທັນ​ເວ​ລາ. ຂໍ້​ມູນ​ຍັງ​ຊ່ວຍ​ພວກ​ເຮົາ​ວິ​ເຄາະ​ຮູບ​ແບບ ເພື່ອ​ປົກ​ປ້ອງ​ທ່ານ​ຈາກ​ມາ​ລ​ແວ, ພິ​ຊ​ຊິງ, ແລະ​ການ​ເຄື່ອນ​ໄຫວ​ໜ້າ​ສົງ​ໄສ​ອື່ນໆ. ຕົວ​ຢ່າງ, ພວກ​ເຮົາ​ເຕືອນ​ທ່ານ ເມື່ອ​ທ່ານ​ພະ​ຍາ​ຍາມ​ເຂົ້າ​ເບິ່ງ​ເວັບ​ໄຊ​ທ໌​ອັນ​ຕະ ພວ​ກ​ເຮົາ​ຍັງ​ໃຊ້​ຂໍ້​ມູນເພື່ອ​ໃຫ້​ທ່ານ​ເຫັນ​ການ​ໂຄ​ສະ​ນາ ທີ່​ກ່ຽວ​ຂ້ອງ ແລະ​ມີ​ປະ​ໂຫຍດ, ແລະ​ຮັກ​ສາ​ການ​ບໍ​ລິ​ການ​ຟ​ຣີ​ໃຫ້​ທຸກ​ຄົນ.

ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ວ່າ Google ໃຊ້​ຂໍ້​ມູນ​ແນວ​ໃດ


Google ​ຂາຍ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ຂ້ອຍ​ບໍ?

ບໍ່. ພວກ​ເຮົາ​ບໍ່ຂໍ້ມູນສ່ວນຕົວຂອງທ່ານ.

ພວກ​ເຮົາ​ໃຊ້​ຂໍ້​ມູນ​ແນ່ນອນ, ເຊັ່ນ ການຄົ້ນຫາ​ທີ່​ທ່ານ​ໄດ້​ຊອກ ແລະ​ທີ່​ຕັ້ງ​ຂອງ​ທ່ານ, ເພື່ອ​ເຮັດ​ການ​ໂຄ​ສະ​ນາ​ທີ່​ພວກ​ເຮົາ​ສະ​ແດງ​ໃຫ້​ເຫັນ​ມີ​ຄວາມ​ກ່ຽວ​ຂ້ອງ ແລະ​ເປັນ​ປະ​ໂຫຍດ. ການ​ໂຄ​ສະ​ນາ​ແມ່ນ​ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ສາ​ມາດ​ເຮັດ​ການ​ບໍ​ລິ​ການ​ຂອງ​ພວກ​ເຮົາ​ໄດ້​ເຊັ່ນ ການຄົ້ນຫາ, Gmail, ແລະ​ແຜນ​ທີ່​ໃຫ້​ຟ​ຣີ​ກັບ​ທຸກ​ຄົນ. ພວກ​ເຮົາ​ບໍ່​ແບ່ງ​ປັນ​ຂໍ້​ມູນ​ກັບ​ຜູ້​ໂຄ​ສະ​ນາ​ໃນແບບວິທີທີ່ຈະ​ລະ​ບຸ​ຕົນຕົວ​ໄດ້, ນອກ​ຈາກວ່າ​ທ່ານອະ​ນຸ​ຍາດ​ໃຫ້​ພວກ​ເຮົາ​ເຮັດ. ດ້ວຍ​ເຄື່ອງ​ມື​ການ​ຕັ້ງ​ຄ່າ​ການ​ໂຄ​ສະ​ນາຂອງ​ພວກ​ເຮົາ, ທ່ານ​ສາ​ມາດຄວບ​ຄຸມ​ການ​ໂຄ​ສະ​ນາ​​ໄດ້ອີງ​ຕາມ​ຄວາມ​ສົນ​ໃຈ​ຂອງ​ທ່ານ ແລະ​ການຄົ້ນຫາ​ທີ່ທ່ານ​ໄດ້​ເຮັດ.

ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ວ່າ Google ສະ​ແດງ​ການ​ໂຄ​ສະ​ນາ​ແນວ​ໃດ


ຂ້ອຍ​ມີ​ເຄື່ອງ​ມື​ໃດ​ແດ່ ເພື່ອ​ຄວບ​ຄຸມ​ປະ​ສົບ​ການໃຊ້ງານ Google ຂອງ​ຂ້ອຍ?

ພວກ​ເຮົາ​ມີ​ເຄື່ອງ​ມື​ເຂົ້າ​ໃຊ້​ງ່າຍ ທີ່​ຊ່ວຍ​ທ່ານ​ຄວບ​ຄຸມ​ວ່າ ຈະ​ໃຊ້ງານ Google ​ແນວ​ໃດ​ໃຫ້​ກັບ​ທ່ານ.

ຢູ່​ໃນ ບັນ​ຊີ​ຂອງ​ຂ້ອຍ, ທ່ານ​ສາ​ມາດ​ຊອກ​ຫາ​ເຄື່ອງ​ມື ເພື່ອ​ຈັດ​ການ​ຄວາມ​ເປັນ​ສ່ວນ​ຕົວ ແລະ​ຂໍ້​ມູນ​ຂອງ​ທ່ານ​ຢູ່​ໃນ​ບ່ອນ​ດຽວໄດ້.

ດ້ວຍ​ການ​ຄວບ​ຄຸມ​ຂໍ້​ມູນ​ຂອງ​ພວກ​ເຮົາ​ຢູ່​ໃນ Aການ​ຄວບ​ຄຸມ​ກິດ​ຈະ​ກຳ, ທ່ານ​ສາ​ມາດ​ຈັດ​ການ​ປະ​ເພດ​ຂອງ​ຂ​ໍ້​ມູນ​ທີ່​ພວກ​ເຮົາ​ເກັບ​ເອົາ​, ລວມ​ທັງ​ການ​ຊອກ​ຫາ​ຂອງ​ທ່ານ, YouTube, ແລະ​ກິດ​ຈະ​ກຳ​ທີ່​ຕັ້ງໄດ້.

ດ້ວຍເຄື່ອງ​ມື ການ​ຕັ້ງ​ຄ່າ​ການ​ໂຄ​ສະ​ນາ ຂອງ​ພວກ​ເຮົາ, ທ່ານ​ສາ​ມາດຄວບ​ຄຸມ​ການ​ໂຄ​ສະ​ນາ​ໄດ້ອີງ​ຕາມ​ຄວາມ​ສົນ​ໃຈ​ຂອງ​ທ່ານ ແລະ​ການຄົ້ນຫາ​ທີ່ທ່ານ​ໄດ້​ເຮັດ.

ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ເຄື່ອງ​ມື ແລະ​ການ​ຕັ້ງ​ຄ່າ​ຂອງ​ພວກ​ເຮົາ


Google ຮັກ​ສາ​ຂໍ້​ມູນ​ຂອງ​ຂ້ອຍ​ໃຫ້​ປອດ​ໄພ​ໄດ້​ແນວ​ໃດ?

ຖ້າ​ຂໍ້​ມູນ​ຂອງ​ທ່ານ​ບໍ່​ປອດ​ໄພ, ມັນ​ບໍ່​ເປັນ​ຄວາມ​ລັບ. ນັ້ນ​ຈິ່ງ​ເປັນ​ເຫດ​ຜົນ​ວ່າ ເປັນ​ຫຍັງ​ເມື່ອ​ທ່ານ​ໃຊ້​ການ​ບໍ​ລິ​ການ Google, ທ່ານ​ໄດ້​ຮັບ​ການ​ປົກ​ປ້ອງ​ໂດຍ​ໜຶ່ງ​ໃນ​ພື້ນ​ຖານ​ໂຄງ​ລ່າງ​ຄວາມ​ປອດ​ໄພ​ທັນ​ສະ​ໄໝ​ທີ່​ສຸດ​ຂອງ​ໂລກ.

ເຕັກ​ໂນ​ໂລ​ຊີ ການ​ທ່ອງ​ເນັດ​ທີ່​ປອດ​ໄພ ຂອງ Google, ເຊິ່ງ​ປົກ​ປ້ອງ​ຄົນ​ຫຼາຍ​ກ່​ວາ 1 ຕື້​ຄົນ, ເຕືອນ​ໃຫ້​ທ່ານ​ຮູ້ ເມື່ອ​ທ່ານ​ພະ​ຍາ​ຍາມ​ເຂົ້າ​ເບິ່ງ​ເວັບ​ໄຊ​ທ໌ ທີ່​ອາດ​ຈະ​ມີ​ມາ​ລ​ແວ ຫຼື​ຄວາມ​ພະ​ຍາ​ຍາມ​ພິ​ຊ​ຊິງ.

ການ​ເຂົ້າ​ລະ​ຫັດ ຮັບ​ປະ​ກັນໃຫ້ຂໍ້​ມູນ​ຂອງ​ທ່ານ​ປອດ​ໄພ​ກ່​ວາ ເມື່ອ​ມັນ​ເຄື່ອນ​ໄຫວ​ຢູ່​ລະ​ຫວ່າງ​ອຸ​ປະ​ກອນ​ຂອງ​ທ່ານ ແລະ Google.

ຄວາມ​ປອດ​ໄພ Gmail ປົກ​ປ້ອງ​ທ່ານ​ຈາກ​ສະ​ແປມ, ພິ​ຊ​ຊິງ, ແລະ​ມາ​ລ​ແວ​ໄດ້​ດີ​ກ່​ວາ​ການ​ບໍ​ລິ​ການ​ອີ​ເມວ​ອື່ນໃດ​ໜຶ່ງ.

ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ວ່າ ​ພວກ​ເຮົາຮັກ​ສາ​ຄວາມ​ປອດ​ໄພ​ໃຫ້​ທ່ານອອ​ນ​ລາຍ​ແນວ​ໃດ


ຂ້ອຍ​ສາ​ມາດ​ເຮັດຫຍັງໄດ້ແດ່ ເພື່ອ​ອອນ​ລາຍ​​ຢ່າງ​ປອດ​ໄພ?

ທຸກ​ຜະ​ລິດ​ຕະ​ພັນ​ຂອງ​ພວກ​ເຮົາ​ແມ່ນ​ຖືກ​ສ້າງ​ຂຶ້ນ​ມາ​ພ້ອມ​ກັບ​ຄວາມ​ປອດ​ໄພ​ອອນ​ລາຍ​​ທັນ​ສະ​ໄໝ. ນີ້​ແມ່ນ​ສາມ​ອັນ​ງ່າຍໆ​ທີ່​ສຳ​ຄັນ ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້ ເພື່ອ​ຮັກ​ສາ​ຂໍ້​ມູນ​ຂອງ​ທ່ານ​ໃຫ້​ປອດ​ໄພ.

ດຳ​ເນີນ​ການກວດ​ເບິ່ງ​ຄວາມ​ປອດ​ໄພ​ປົກ​ກະ​ຕິ ເພື່ອ​ຊ່ວຍ​ຮັກ​ສາ​ບັນ​ຊີ Google ຂອງ​ທ່ານ​ໃຫ້​ປອດ​ໄພ ແລະ​ຮັບ​ປະ​ກັນ. ມັນ​ໃຊ້​ເວ​ລາ​ສອງ​ສາມ​ນາ​ທີ​ເທົ່າ​ນັ້​ນ.

ສ້າງ​ລະ​ຫັດ​ຜ່ານ​ທີ່​ເດົາ​ໄດ້​ຍາກ, ຈາກນັ້ນ ຢ່າ​ໃຊ້​ມັນ​ສຳ​ລັບ​ອັນ​ໃດ​ອັນ​ໜຶ່ງ ນອກ​ເໜືອ​ໄປ​ຈາກ​ບັນ​ຊີ Google ຂອງ​ທ່ານ.

ເພີ່ມ ເບີ​ໂທ​ລະ​ສັບ​ກູ້​ຄືນ ມື​ຖື​ໃສ່​ບັນ​ຊີ​ຂອງ​ທ່ານ, ດັ່ງ​ນັ້ນ ພວກ​ເຮົາ​ສາ​ມາດ​ຢືນ​ຢັນ​ການ​ລະ​ບຸ​ຕົວ​ຂອງ​ທ່ານ ຖ້າ​ທ່ານ​ຖືກ​ລັອກ ຫຼື​ຖ້າ​ພວກ​ເຮົາ​ຄິດ​ວ່າ ຜູ້​ອື່ນ​ກຳ​ລັງ​ເອົາ​ມັນ​ຢູ່.

ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້ ເພື່ອ​​ອອນ​ລາຍ​​ຢ່າງ​ປອດ​ໄພ

ຂ້ອຍ​ສາ​ມາດ​ໄປ​ໃສ​ໄດ້ ເພື່ອ​ຈັດ​ການ​ເລື່ອງ​ການ​ຕັ້ງ​ຄ່າ​ຄວາມ​ເປັນ​ສ່ວນ​ຕົວ ແລະ​ຄວາມ​ປອດ​ໄພ​ຂອງ​ຂ້ອຍ?

ໄປ​ທີ່​ບັນ​ຊີ​ຂອງ​ຂ້ອຍ ເພື່ອຊອກຫາ​ເຄື່ອງ​ມື​ສຳ​ລັບ​ການ​ຈັດ​ການ​ຄວາມ​ເປັນ​ສ່ວນ​ຕົວ ແລະ​ຄວາມ​ປອດ​ໄພ​ຂອງ​ທ່ານ.

ໄປ​ທີ່​ບັນ​ຊີ​ຂອງ​ຂ້ອຍ